
ວິໄສທັດ: ວຽກງານເສນາ
ພັດທະນາລະບົບການຄຸ້ມຄອງບໍລິຫານ, ປັບປຸງກົງຈັກການຈັັດຕັ້ງ ທັງສຸນກາງ ແລະ ທ້ອງຖີ່ນໃຫ້ເຂັ້ມແຂງ, ກະທັດຫັດ ແລະ ທັນສະໄໝ.ສຶກສາຄົ້ນຄວ້າວາງແຜນພັດທະນາວຽກງານ ຖວທ ຢ່າງມີິວິທະຍາສາດ, ຈັດຕັ້ງປະຕິບັດແຜນພັດທະນາ ແລະ ງົບປະມານໃຫ້ມີປະສິດທິຜົນໂດຍມີການຕິດຕາມ, ກວດກາ ແລະ ປະເມີນຜົນເປັນລະບົບຕໍ່ເນື່ອງ.
ດາວໂຫຼດວິໄສທັດວິໄສທັດ: ວຽກງານຖະແຫຼງຂ່າວ
ພັດທະນາສື່ມວນຊົນລາວໃຫ້ກ້າວສູ່ຄຸນນະພາບ, ທັນສະໄໝ, ວ່ອງໄວ-ທັນເຫດການ, ເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ ທາງລວງເລີກ ແລະ ລວງກວ້າງ, ເຂັ້ມແຂງ ແລະ ຫັນໄປສູ່ກຸ້ມຕົນເອງເທື່ອລະກ້າວ. ພົວພັນເຊື່ອມໂຍງໄດ້ກັບເວທີສື່ມວນຊົນສາກົນ, ຮັບປະກັນຄວາມປອດໄພ ແລະ ສະຖຽນລະພາບທາງດ້ານຂໍ້ມູນຂ່າວສານ, ມີບຸກຄະລະກອນ ທີ່ໄດ້ມາດຕະຖານສື່ມວນຊົນລາວ ສົມຄຸ່ກັບຍຸກສະໄໝ.
ດາວໂຫຼດວິໄສທັດວິໄສທັດ: ວຽກງານວັດທະນະທໍາ
ສຶບຕໍ່ອະນຸລັກ, ປົກປັກຮັກສາ, ສຶບທອດ, ຟື້ນຟູ ແລະ ເສີມຂະຫຍາຍມູນເຊື້ອ, ຄຸນຄ່າມໍລະດົກວັດທະນະທໍາອັນດີງາມຂອງຊາດໃຫ້ມີຄວາມຍຶນຍົງ, ພັດທະນະອະລະຍະທໍາທາງດ້ານວັດຖຸ, ຈິດໃຈຂອງສັງຄົມ, ພ້ອມທັງຮັບເອົາຄຸ່ນຄ່າວັດທະນະທໍາ ທີ່ກ້າວໜ້າຂອງມວນມະນຸດຢ່າງມີການເລືອກເຟັ້ນ ແລະ ສອດຄ່ອງກັບຍຸກສະໄໝສາມາດເຊື່ອມໂຍງກັບສາກົນ, ສະກັດກັ້ນສີ່ງຫຍໍ້ທໍ້ທາງດ້ານວັດທະນະທໍາທີ່ເປັນໄພຕໍ່ສັງຄົມ.ປັບປຸງ ແລະ ພັດທະນາຜະລິດຕະພັນວັດທະນະທໍາໃຫ້ມີຄວາມຫຼາກຫຼາຍ ແລະ ຄຸນນະພາບສູງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດຢ່າງຍຶນຍົງ.
ດາວໂຫຼດວິໄສທັດວິໄສທັດ: ວຽກງານທ່ອງທ່ຽວ
ພັດທະນາການທ່ອງທ່ຽວລາວໃຫ້ມີຄວາມຍຶນຍົງຕາມທິດສົ່ງເສີມການທ່ອງທ່ຽວທໍາມະຊາດ, ວັດທະນະທໍາ ແລະ ປະຫວັດສາດ, ເຊື່ອມໂຍງເຂົ້າກັບການທ່ອງທ່ຽວໃນລະດັບພາກພື້ນ ແລະ ສາກົນ, ເຮັດໃຫ້ປະເທດເຮົາກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວ ຂອງນັກທ່ອງທ່ຽວໃນທົ່ວໂລກ, ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວໃຫ້ກາຍເປັນຂະແໜງການເສດຖະກິດນໍາໜ້າ, ຊ່ວຍໃຫ້ປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກຕາມນະໂຍບາຍຂອງລັດຖະບານ.
ດາວໂຫຼດວິໄສທັດ
ບົດຄໍາເຫັນ-ບົດໂອ້ລົມ(16) ເອກະສານບົດຄໍາເຫັນ-ບົດໂອ້ລົມ(16) ເອກະສານ
ລຳດັບ | ຫົວຂໍ້ | ດາວໂຫຼດເອກະສານ | ||||
---|---|---|---|---|---|---|
1 |
ສັງລວມບົດໂອລົມທ່ານ ບຸນຍັງ ວໍລະຈິດ
|
|||||
2 |
ສັງລວມບົດໂອລົມທ່ານ ບຸນຍັງ ວໍລະຈິດ
|
|||||
3 |
ປ່ຽນແປງໃໝ່ແບບແຜນ ແລະ ວິທີນຳພາຂອງພັກ (ປະທານໄກສອນ ພົມວິຫານ)
|
|||||
4 |
ກົດລະບຽບພັກປະຊາຊົນປະຕິວັດລາວສະໄໝ XI
|
|||||
5 |
ແນວຄິດໄກສອນສະພາປະຊາຊົນ
|
|||||
6 |
ເອກະສານ ສຳມະນາວິທະຍາສາດ
|
|||||
7 |
ແນວຄິດໄກສອນພົມວິຫານ ວຽກງານວັດທະນະທຳ
|
|||||
8 |
ສາຍພົວພັນລະຫວ່າງໂຄງບົນ ແລະ ໂຄງລ່າງ
|
|||||
9 |
ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2021
|
|||||
10 |
ຄູ່ມືກ່ຽວກບັວຽກງານເລຂາ-ການນຳ
|
|||||
11 |
ບົດຄວາມເຫັນສູນທອນພົດ ທ່ານ ທອງລຸນ ສີສຸລິດ
|
|||||
12 |
ຮ່າງບົດປະກອບຄໍາເຫັນຂອງທ່ານ ປອ. ສົມພູ ດວງສະຫວັນ ຕໍ່ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດ ມະຕິຕົກລົງ 081/ສພຊ, ລົງວັນທີ 17 ພະຈິກ 2017 ແລະ ການຈັດຕັ້ງປະຕິບັດປີທ່ອງທ່ຽວ ລາວ-ຈີນ 2019
|
|||||
13 |
ບົດລານງານຂອງທ່ານ ບໍ່ແສງຄໍາ ວົງດາຣາ ລມຕ 081 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຊຸດທີ VIII
|
|||||
14 |
ບົດກ່າວເປີດຂອງທ່ານ ສຈ.ດຣ. ບໍ່ແສງຄໍາ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງ ຖວທ ຕໍ່ກອງປະຊຸມວຽກງານ ຖວທ ທົ່ວປະເທດ, ວັນທີ 12 ກຸມພາ 2019
|
|||||
15 |
ບົດໂອ້ລົມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ຕໍ່ກອງປະຊຸມວຽກງານ ຖວທ ທົ່ວປະເທດ, ວັນທີ 12 ກຸມພາ 2019
|
|||||
16 |
ບົດຮັບຄໍາໂອ້ລົມຂອງທ່ານນາຍົກ ຂອງ ທ່ານ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຕໍ່ກອງປະຊຸມສະຫຼຸບວຽກງານຖວທ ປະຈໍາປີ 2017
|
|||||