
ວິໄສທັດ: ວຽກງານເສນາ
ພັດທະນາລະບົບການຄຸ້ມຄອງບໍລິຫານ, ປັບປຸງກົງຈັກການຈັັດຕັ້ງ ທັງສຸນກາງ ແລະ ທ້ອງຖີ່ນໃຫ້ເຂັ້ມແຂງ, ກະທັດຫັດ ແລະ ທັນສະໄໝ.ສຶກສາຄົ້ນຄວ້າວາງແຜນພັດທະນາວຽກງານ ຖວທ ຢ່າງມີິວິທະຍາສາດ, ຈັດຕັ້ງປະຕິບັດແຜນພັດທະນາ ແລະ ງົບປະມານໃຫ້ມີປະສິດທິຜົນໂດຍມີການຕິດຕາມ, ກວດກາ ແລະ ປະເມີນຜົນເປັນລະບົບຕໍ່ເນື່ອງ.
ດາວໂຫຼດວິໄສທັດວິໄສທັດ: ວຽກງານຖະແຫຼງຂ່າວ
ພັດທະນາສື່ມວນຊົນລາວໃຫ້ກ້າວສູ່ຄຸນນະພາບ, ທັນສະໄໝ, ວ່ອງໄວ-ທັນເຫດການ, ເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ ທາງລວງເລີກ ແລະ ລວງກວ້າງ, ເຂັ້ມແຂງ ແລະ ຫັນໄປສູ່ກຸ້ມຕົນເອງເທື່ອລະກ້າວ. ພົວພັນເຊື່ອມໂຍງໄດ້ກັບເວທີສື່ມວນຊົນສາກົນ, ຮັບປະກັນຄວາມປອດໄພ ແລະ ສະຖຽນລະພາບທາງດ້ານຂໍ້ມູນຂ່າວສານ, ມີບຸກຄະລະກອນ ທີ່ໄດ້ມາດຕະຖານສື່ມວນຊົນລາວ ສົມຄຸ່ກັບຍຸກສະໄໝ.
ດາວໂຫຼດວິໄສທັດວິໄສທັດ: ວຽກງານວັດທະນະທໍາ
ສຶບຕໍ່ອະນຸລັກ, ປົກປັກຮັກສາ, ສຶບທອດ, ຟື້ນຟູ ແລະ ເສີມຂະຫຍາຍມູນເຊື້ອ, ຄຸນຄ່າມໍລະດົກວັດທະນະທໍາອັນດີງາມຂອງຊາດໃຫ້ມີຄວາມຍຶນຍົງ, ພັດທະນະອະລະຍະທໍາທາງດ້ານວັດຖຸ, ຈິດໃຈຂອງສັງຄົມ, ພ້ອມທັງຮັບເອົາຄຸ່ນຄ່າວັດທະນະທໍາ ທີ່ກ້າວໜ້າຂອງມວນມະນຸດຢ່າງມີການເລືອກເຟັ້ນ ແລະ ສອດຄ່ອງກັບຍຸກສະໄໝສາມາດເຊື່ອມໂຍງກັບສາກົນ, ສະກັດກັ້ນສີ່ງຫຍໍ້ທໍ້ທາງດ້ານວັດທະນະທໍາທີ່ເປັນໄພຕໍ່ສັງຄົມ.ປັບປຸງ ແລະ ພັດທະນາຜະລິດຕະພັນວັດທະນະທໍາໃຫ້ມີຄວາມຫຼາກຫຼາຍ ແລະ ຄຸນນະພາບສູງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດຢ່າງຍຶນຍົງ.
ດາວໂຫຼດວິໄສທັດວິໄສທັດ: ວຽກງານທ່ອງທ່ຽວ
ພັດທະນາການທ່ອງທ່ຽວລາວໃຫ້ມີຄວາມຍຶນຍົງຕາມທິດສົ່ງເສີມການທ່ອງທ່ຽວທໍາມະຊາດ, ວັດທະນະທໍາ ແລະ ປະຫວັດສາດ, ເຊື່ອມໂຍງເຂົ້າກັບການທ່ອງທ່ຽວໃນລະດັບພາກພື້ນ ແລະ ສາກົນ, ເຮັດໃຫ້ປະເທດເຮົາກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວ ຂອງນັກທ່ອງທ່ຽວໃນທົ່ວໂລກ, ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວໃຫ້ກາຍເປັນຂະແໜງການເສດຖະກິດນໍາໜ້າ, ຊ່ວຍໃຫ້ປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກຕາມນະໂຍບາຍຂອງລັດຖະບານ.
ດາວໂຫຼດວິໄສທັດ
ດໍາລັດ(11) ເອກະສານດໍາລັດ(11) ເອກະສານ
ລຳດັບ | ຫົວຂໍ້ | ດາວໂຫຼດເອກະສານ | ||||
---|---|---|---|---|---|---|
1 |
ດຳລັດວ່າດ້ວຍຊຸດເຄື່ອງນຸ່ງປະຈຳຊາດ
|
|||||
2 |
ດໍາລັດ ວ່າດ້ວຍ ການເຄື່ອນໄຫວດ້ານການຂ່າວຂອງອົງການສື່ມວນຊົນຕ່າງປະເທດ, ສໍານັກງານການທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ຢູ່ ສປປ ລາວ
|
|||||
3 |
ດໍາລັດ ວ່າດ້ວຍ ການຈັດຕັ້ງຕາໜ່າງ, ການນໍາເຂົ້າການນໍາໃຊ້ ແລະ ການຄຸ້ມຄອງລະບົບອິນເຕີເນັດ
|
|||||
4 |
ດໍາລັດ ວ່າດ້ວຍ ການຊັບຊ້ອນ ກົງຈັກການຈັດຕັ້ງ ຂອງກະຊວງ ຖວທ
|
|||||
5 |
ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກະຊວງ ຖວທ
|
|||||
6 |
ດໍາລັດ ວ່າດ້ວຍ ການສ້າງ ຄອບຄົວ ແລະ ບ້ານ ວັດທະນະທໍາ
|
|||||
7 |
ດໍາລັດ ວ່າດ້ວຍ ການບັນເທີງ
|
|||||
8 |
ດໍາລັດ ວ່າດ້ວຍ ກອງທຶນການທ່ອງທ່ຽວ
|
|||||
9 |
ດໍາລັດ ວ່າດ້ວຍວິຈິດສິນ
|
|||||
10 |
ດໍາລັດ ວ່າດ້ວຍ ຫໍພິພິທະພັນ
|
|||||
11 |
ດໍາລັດ ວ່າດ້ວຍ ກອງທຶນມໍຣະດົກແຫ່ງຊາດ
|
|||||