ວິໄສທັດ: ວຽກງານເສນາ

ພັດທະນາລະບົບການຄຸ້ມຄອງບໍລິຫານ, ປັບປຸງກົງຈັກການຈັັດຕັ້ງ ທັງສຸນກາງ ແລະ ທ້ອງຖີ່ນໃຫ້ເຂັ້ມແຂງ, ກະທັດຫັດ ແລະ ທັນສະໄໝ.ສຶກສາຄົ້ນຄວ້າວາງແຜນພັດທະນາວຽກງານ ຖວທ ຢ່າງມີິວິທະຍາສາດ, ຈັດຕັ້ງປະຕິບັດແຜນພັດທະນາ ແລະ ງົບປະມານໃຫ້ມີປະສິດທິຜົນໂດຍມີການຕິດຕາມ, ກວດກາ ແລະ ປະເມີນຜົນເປັນລະບົບຕໍ່ເນື່ອງ.

ດາວໂຫຼດວິໄສທັດ

ວິໄສທັດ: ວຽກງານຖະແຫຼງຂ່າວ

ພັດທະນາສື່ມວນຊົນລາວໃຫ້ກ້າວສູ່ຄຸນນະພາບ, ທັນສະໄໝ, ວ່ອງໄວ-ທັນເຫດການ, ເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ ທາງລວງເລີກ ແລະ ລວງກວ້າງ, ເຂັ້ມແຂງ ແລະ ຫັນໄປສູ່ກຸ້ມຕົນເອງເທື່ອລະກ້າວ. ພົວພັນເຊື່ອມໂຍງໄດ້ກັບເວທີສື່ມວນຊົນສາກົນ, ຮັບປະກັນຄວາມປອດໄພ ແລະ ສະຖຽນລະພາບທາງດ້ານຂໍ້ມູນຂ່າວສານ, ມີບຸກຄະລະກອນ ທີ່ໄດ້ມາດຕະຖານສື່ມວນຊົນລາວ ສົມຄຸ່ກັບຍຸກສະໄໝ.

ດາວໂຫຼດວິໄສທັດ

ວິໄສທັດ: ວຽກງານວັດທະນະທໍາ

ສຶບຕໍ່ອະນຸລັກ, ປົກປັກຮັກສາ, ສຶບທອດ, ຟື້ນຟູ ແລະ ເສີມຂະຫຍາຍມູນເຊື້ອ, ຄຸນຄ່າມໍລະດົກວັດທະນະທໍາອັນດີງາມຂອງຊາດໃຫ້ມີຄວາມຍຶນຍົງ, ພັດທະນະອະລະຍະທໍາທາງດ້ານວັດຖຸ, ຈິດໃຈຂອງສັງຄົມ, ພ້ອມທັງຮັບເອົາຄຸ່ນຄ່າວັດທະນະທໍາ ທີ່ກ້າວໜ້າຂອງມວນມະນຸດຢ່າງມີການເລືອກເຟັ້ນ ແລະ ສອດຄ່ອງກັບຍຸກສະໄໝສາມາດເຊື່ອມໂຍງກັບສາກົນ, ສະກັດກັ້ນສີ່ງຫຍໍ້ທໍ້ທາງດ້ານວັດທະນະທໍາທີ່ເປັນໄພຕໍ່ສັງຄົມ.ປັບປຸງ ແລະ ພັດທະນາຜະລິດຕະພັນວັດທະນະທໍາໃຫ້ມີຄວາມຫຼາກຫຼາຍ ແລະ ຄຸນນະພາບສູງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດຢ່າງຍຶນຍົງ.

ດາວໂຫຼດວິໄສທັດ

ວິໄສທັດ: ວຽກງານທ່ອງທ່ຽວ

ພັດທະນາການທ່ອງທ່ຽວລາວໃຫ້ມີຄວາມຍຶນຍົງຕາມທິດສົ່ງເສີມການທ່ອງທ່ຽວທໍາມະຊາດ, ວັດທະນະທໍາ ແລະ ປະຫວັດສາດ, ເຊື່ອມໂຍງເຂົ້າກັບການທ່ອງທ່ຽວໃນລະດັບພາກພື້ນ ແລະ ສາກົນ, ເຮັດໃຫ້ປະເທດເຮົາກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວ ຂອງນັກທ່ອງທ່ຽວໃນທົ່ວໂລກ, ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວໃຫ້ກາຍເປັນຂະແໜງການເສດຖະກິດນໍາໜ້າ, ຊ່ວຍໃຫ້ປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກຕາມນະໂຍບາຍຂອງລັດຖະບານ.

ດາວໂຫຼດວິໄສທັດ

ຂໍ້ຕົກລົງ(12) ເອກະສານຂໍ້ຕົກລົງ(12) ເອກະສານ

ລຳດັບ ຫົວຂໍ້ ດາວໂຫຼດເອກະສານ
1
ຂໍ້ຕົກລົງວ່າດ້ວຍພະນັກງານນຳທ່ຽວ
2
ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19
3
ຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງຖະແຫຼງຂ່າວແລະວັດທະນະທຳ ວ່າດ້ວຍການອະນຸລັກມໍລະດົກແຫ່ງຊາດທາງດ້ານສີລະສະຖາປັດຕະຍາກຳລາວ,ໃນການບູລະນະປະຕິສັງຂອນ,ການກໍ່ສ້າງວັດວາອາຣາມ,ບູສະນີຍະຖານ,ສະຖານບູຮານ,ພະທາດ,ຫໍໂຮງ,ຫໍມູນເຊື້ອ,ຫໍວາງສະແດງ,ຫໍພິພິທະພັ
4
ຂໍ້ຕົກລົງວ່າດ້ວຍການຈັດລະດັບມາດຕະຖານຂັ້ນໂຮງແຮມ,ເຮືອນພັກຢູ່ ສປປລາວ
5
ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງທຸລະກິດພັດຕະຄານ,ຮ້ານອາຫານ,ສ່ວນອາຫານ ແລະ ຮ້ານກິນດື່ມ
6
ຂໍ້ຕົກລົງຂອງລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ປະທານອົງການທ່ອງທ່ຽວແຫ່ງຊາດວ່າດ້ວຍພະນັກງານນຳທ່ຽວ
7
ຂໍ້ຕົກລົງວ່າດ້ວຍລະບຽບການຂໍອະນຸຍາດຮຳເຂົ້າ ແລະ ຈຳໜ່າຍຜະລິດຕະພັນສິ່ງພິມ
8
ຂໍ້ຕົກລົງຂອງລົດຖະມົນຕີວ່າການກະຊວງຖະແຫຼງຂ່າວ, ວັດທະນະທຳວ່າດ້ວຍການຄຸ້ມຄອງການບໍລິການແປພາສາ
9
ຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ວ່າດ້ວຍການຄຸ້ມຄອງການອອກແບບພິມໂຄສະນາ
10
ຂໍ້ຕົກລົງຂອງລັດຖະມົນຕີວ່າດ້ວຍການອະນຸມັດຮັບຮອງເອົາຄະນະບໍລິຫານງານສະມາຄົມນັກປະພັນລາວ ສະໄຫມທີv
11
ຂໍ້ຕົກລົງຂອງລັດຖະມົນຕີປະທານຄະນະກຳມະການລະດັບຊາດເພື່ອມໍລະດົກໂລກ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການລະດັບທ້ອງຖິ່ນເພື່ອມໍລະດົກໂລກຫຼວງພະບາງ
12
ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງອຸປະກອນຮັບສັນຍານວິທະຍຸ-ໂທລະພາບຜານດາວທຽມ