ວິໄສທັດ: ວຽກງານເສນາ

ພັດທະນາລະບົບການຄຸ້ມຄອງບໍລິຫານ, ປັບປຸງກົງຈັກການຈັັດຕັ້ງ ທັງສຸນກາງ ແລະ ທ້ອງຖີ່ນໃຫ້ເຂັ້ມແຂງ, ກະທັດຫັດ ແລະ ທັນສະໄໝ.ສຶກສາຄົ້ນຄວ້າວາງແຜນພັດທະນາວຽກງານ ຖວທ ຢ່າງມີິວິທະຍາສາດ, ຈັດຕັ້ງປະຕິບັດແຜນພັດທະນາ ແລະ ງົບປະມານໃຫ້ມີປະສິດທິຜົນໂດຍມີການຕິດຕາມ, ກວດກາ ແລະ ປະເມີນຜົນເປັນລະບົບຕໍ່ເນື່ອງ.

ດາວໂຫຼດວິໄສທັດ

ວິໄສທັດ: ວຽກງານຖະແຫຼງຂ່າວ

ພັດທະນາສື່ມວນຊົນລາວໃຫ້ກ້າວສູ່ຄຸນນະພາບ, ທັນສະໄໝ, ວ່ອງໄວ-ທັນເຫດການ, ເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ ທາງລວງເລີກ ແລະ ລວງກວ້າງ, ເຂັ້ມແຂງ ແລະ ຫັນໄປສູ່ກຸ້ມຕົນເອງເທື່ອລະກ້າວ. ພົວພັນເຊື່ອມໂຍງໄດ້ກັບເວທີສື່ມວນຊົນສາກົນ, ຮັບປະກັນຄວາມປອດໄພ ແລະ ສະຖຽນລະພາບທາງດ້ານຂໍ້ມູນຂ່າວສານ, ມີບຸກຄະລະກອນ ທີ່ໄດ້ມາດຕະຖານສື່ມວນຊົນລາວ ສົມຄຸ່ກັບຍຸກສະໄໝ.

ດາວໂຫຼດວິໄສທັດ

ວິໄສທັດ: ວຽກງານວັດທະນະທໍາ

ສຶບຕໍ່ອະນຸລັກ, ປົກປັກຮັກສາ, ສຶບທອດ, ຟື້ນຟູ ແລະ ເສີມຂະຫຍາຍມູນເຊື້ອ, ຄຸນຄ່າມໍລະດົກວັດທະນະທໍາອັນດີງາມຂອງຊາດໃຫ້ມີຄວາມຍຶນຍົງ, ພັດທະນະອະລະຍະທໍາທາງດ້ານວັດຖຸ, ຈິດໃຈຂອງສັງຄົມ, ພ້ອມທັງຮັບເອົາຄຸ່ນຄ່າວັດທະນະທໍາ ທີ່ກ້າວໜ້າຂອງມວນມະນຸດຢ່າງມີການເລືອກເຟັ້ນ ແລະ ສອດຄ່ອງກັບຍຸກສະໄໝສາມາດເຊື່ອມໂຍງກັບສາກົນ, ສະກັດກັ້ນສີ່ງຫຍໍ້ທໍ້ທາງດ້ານວັດທະນະທໍາທີ່ເປັນໄພຕໍ່ສັງຄົມ.ປັບປຸງ ແລະ ພັດທະນາຜະລິດຕະພັນວັດທະນະທໍາໃຫ້ມີຄວາມຫຼາກຫຼາຍ ແລະ ຄຸນນະພາບສູງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດຢ່າງຍຶນຍົງ.

ດາວໂຫຼດວິໄສທັດ

ວິໄສທັດ: ວຽກງານທ່ອງທ່ຽວ

ພັດທະນາການທ່ອງທ່ຽວລາວໃຫ້ມີຄວາມຍຶນຍົງຕາມທິດສົ່ງເສີມການທ່ອງທ່ຽວທໍາມະຊາດ, ວັດທະນະທໍາ ແລະ ປະຫວັດສາດ, ເຊື່ອມໂຍງເຂົ້າກັບການທ່ອງທ່ຽວໃນລະດັບພາກພື້ນ ແລະ ສາກົນ, ເຮັດໃຫ້ປະເທດເຮົາກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວ ຂອງນັກທ່ອງທ່ຽວໃນທົ່ວໂລກ, ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວໃຫ້ກາຍເປັນຂະແໜງການເສດຖະກິດນໍາໜ້າ, ຊ່ວຍໃຫ້ປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກຕາມນະໂຍບາຍຂອງລັດຖະບານ.

ດາວໂຫຼດວິໄສທັດ

ບົດສະຫຼຸບປະຈໍາ ປີ ຂອງກະຊວງ(9) ເອກະສານບົດສະຫຼຸບປະຈໍາ ປີ ຂອງກະຊວງ(9) ເອກະສານ

ລຳດັບ ຫົວຂໍ້ ດາວໂຫຼດເອກະສານ
1
ບົດສະຫຼຸບວຽກງານ ຖວທ 2022 ແລະ ທິດທາງແຜນການ 2023
2
ບົດສະຫຼຸບວຽກງານ ຖວທ ປີ 2021 ແລະ ທິດທາງແຜນການ ປີ 2022
3
ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດຄາດໝາຍ ປີ 2019 ແລະ ກຳນົດຄາດໝາຍ ປີ 2020
4
ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາ ວຽກງານ ຖວທ 2020 ແລະ ແຜນພັດທະນາ 2021
5
ບົດສະຫຼຸບວຽກງານ ຖວທ ປີ2019 ແລະແຜນພັດທະນາ 2020
6
ບົດສະຫຼຸບປີທ່ອງທ່ຽວ ລາວ-ຈີນ 2019
7
ບົດລາຍງານການຈັດຕັ້ງປະຕິບັດກິດຈະກຳສົ່ງເສີມປີທ່ອງທ່ຽວລາວ 2018
8
ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານຖວທ ປີ2018 ແລະ ແຜນການພັດທະນາວຽກງານ ຖວທ ປະຈໍາປີ 2019
9
ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ຖວທ ປີ2015-2016 ແລະ ແຜນພັດທະນາວຽກງານ ຖວທ ປີ2017