ວິໄສທັດ: ວຽກງານເສນາ

ພັດທະນາລະບົບການຄຸ້ມຄອງບໍລິຫານ, ປັບປຸງກົງຈັກການຈັັດຕັ້ງ ທັງສຸນກາງ ແລະ ທ້ອງຖີ່ນໃຫ້ເຂັ້ມແຂງ, ກະທັດຫັດ ແລະ ທັນສະໄໝ.ສຶກສາຄົ້ນຄວ້າວາງແຜນພັດທະນາວຽກງານ ຖວທ ຢ່າງມີິວິທະຍາສາດ, ຈັດຕັ້ງປະຕິບັດແຜນພັດທະນາ ແລະ ງົບປະມານໃຫ້ມີປະສິດທິຜົນໂດຍມີການຕິດຕາມ, ກວດກາ ແລະ ປະເມີນຜົນເປັນລະບົບຕໍ່ເນື່ອງ.

ດາວໂຫຼດວິໄສທັດ

ວິໄສທັດ: ວຽກງານຖະແຫຼງຂ່າວ

ພັດທະນາສື່ມວນຊົນລາວໃຫ້ກ້າວສູ່ຄຸນນະພາບ, ທັນສະໄໝ, ວ່ອງໄວ-ທັນເຫດການ, ເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ ທາງລວງເລີກ ແລະ ລວງກວ້າງ, ເຂັ້ມແຂງ ແລະ ຫັນໄປສູ່ກຸ້ມຕົນເອງເທື່ອລະກ້າວ. ພົວພັນເຊື່ອມໂຍງໄດ້ກັບເວທີສື່ມວນຊົນສາກົນ, ຮັບປະກັນຄວາມປອດໄພ ແລະ ສະຖຽນລະພາບທາງດ້ານຂໍ້ມູນຂ່າວສານ, ມີບຸກຄະລະກອນ ທີ່ໄດ້ມາດຕະຖານສື່ມວນຊົນລາວ ສົມຄຸ່ກັບຍຸກສະໄໝ.

ດາວໂຫຼດວິໄສທັດ

ວິໄສທັດ: ວຽກງານວັດທະນະທໍາ

ສຶບຕໍ່ອະນຸລັກ, ປົກປັກຮັກສາ, ສຶບທອດ, ຟື້ນຟູ ແລະ ເສີມຂະຫຍາຍມູນເຊື້ອ, ຄຸນຄ່າມໍລະດົກວັດທະນະທໍາອັນດີງາມຂອງຊາດໃຫ້ມີຄວາມຍຶນຍົງ, ພັດທະນະອະລະຍະທໍາທາງດ້ານວັດຖຸ, ຈິດໃຈຂອງສັງຄົມ, ພ້ອມທັງຮັບເອົາຄຸ່ນຄ່າວັດທະນະທໍາ ທີ່ກ້າວໜ້າຂອງມວນມະນຸດຢ່າງມີການເລືອກເຟັ້ນ ແລະ ສອດຄ່ອງກັບຍຸກສະໄໝສາມາດເຊື່ອມໂຍງກັບສາກົນ, ສະກັດກັ້ນສີ່ງຫຍໍ້ທໍ້ທາງດ້ານວັດທະນະທໍາທີ່ເປັນໄພຕໍ່ສັງຄົມ.ປັບປຸງ ແລະ ພັດທະນາຜະລິດຕະພັນວັດທະນະທໍາໃຫ້ມີຄວາມຫຼາກຫຼາຍ ແລະ ຄຸນນະພາບສູງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດຢ່າງຍຶນຍົງ.

ດາວໂຫຼດວິໄສທັດ

ວິໄສທັດ: ວຽກງານທ່ອງທ່ຽວ

ພັດທະນາການທ່ອງທ່ຽວລາວໃຫ້ມີຄວາມຍຶນຍົງຕາມທິດສົ່ງເສີມການທ່ອງທ່ຽວທໍາມະຊາດ, ວັດທະນະທໍາ ແລະ ປະຫວັດສາດ, ເຊື່ອມໂຍງເຂົ້າກັບການທ່ອງທ່ຽວໃນລະດັບພາກພື້ນ ແລະ ສາກົນ, ເຮັດໃຫ້ປະເທດເຮົາກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວ ຂອງນັກທ່ອງທ່ຽວໃນທົ່ວໂລກ, ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວໃຫ້ກາຍເປັນຂະແໜງການເສດຖະກິດນໍາໜ້າ, ຊ່ວຍໃຫ້ປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກຕາມນະໂຍບາຍຂອງລັດຖະບານ.

ດາວໂຫຼດວິໄສທັດ

ບົດລາຍງານສຳນັກງານນາຍົກລັດຖະມົນຕີ(4) ເອກະສານບົດລາຍງານສຳນັກງານນາຍົກລັດຖະມົນຕີ(4) ເອກະສານ

ລຳດັບ ຫົວຂໍ້ ດາວໂຫຼດເອກະສານ
1
ບົສະຫຼຸບຕີລາຄາຮອບດ້ານການຈັດຕັ້ງປະຕິບັດວຽງານ ທີ່ຜົ້ນເດັ່ນຂອງ ລັດຖະບານ ເດືອນກັນຍາ ແລະ ແຜນຈຸມສຸມເດືອນຕຸລາ 2021
2
ບົດສະຫຼຸບຕິບັດວຽງານຂອງລັດຖະບານໄລຍະ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2021
3
ບົດລາຍງານການກະກຽມເນື້ອໃນ ແລະ ເຂົ້າຮ່ວມລາຍງານການຈັດຕັ້ງປະຕິບັດດຳລັດ ເລກທີ 560/ນຍ, ລົງວັນທີ 31 ທັນວາ 2018,ໃນ 10 ເດືອນຜ່ານມາ
4
ບົດລາຍງານກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວໃນຂະແໜງວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຕ່ປີ 2016-2018